TVED

ໂດຍອີງຕາມແຜນຍຸດທະສາດ ການພັດທະນາອາຊີວະສຶກສາ 2021-2025, ເພື່ອເຮັດໃຫ້ວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ ມີປະສິດຕິພາບ ແລະ ສາມາດພັດທະນາສັບພະຍາກອນມະນຸດ ໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດສັງຄົມ ມັນມີຄວາມຈຳເປັນທີ່ຈະຕ້ອງອີງໃສ່ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນ ຂອງຄວາມຕ້ອງການດ້ານກຳລັງແຮງງານ, ແຕ່ບັນຫາດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ໃນ ສ.ປ.ປ. ລາວ ແມ່ນການຂາດຂໍ້ມູນ ກ່ຽວກັບຄວາມຕ້ອງການຂອງການຕະຫລາດແຮງງານ. ຂໍ້ມູນສ່ວນຫລາຍ ທີ່ມີໃນປະຈຸບັນ ແມ່ນຢູ່ໃນເອກະສານຕ່າງໆ ທັງຈາກໂຄງການຂອງລັດ ຫລື ຜູ້ໃຫ້ທຶນແຕ່ໃນການເກັບກຳຂໍ້ມູນດັ່ງກ່າວ ກໍຍັງຂາດການປະສານງານທີ່ຈຳເປັນ, ຂໍ້ມູນຍັງບໍ່ມີຄວາມສອດຄ່ອງ ແລະ ຂາດຄວາມໜ້າເຊື່ອຖື. ວຽກງານທີ່ເປັນບູລິ ມະສິດອັນນຶ່ງ ໃນແຜນແຜນຍຸດທະສາດການພັດທະນາ ວຽກງານອາຊີວະສຶກສາ ຈຶ່ງແມ່ນການຄົ້ນຄ້ວາ-ວິໃຈກ່ຽວກັບ ຄວາມຕ້ອງການ ຂອງທຸກຂະແໜງການເສດຖະກິດ ແລະ ສັງຄົມ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ລວມ ທັງການວິໄຈແຮງງານ ທຸກລະດັບ ຊຶ່ງຈະ ສາມາດຢັ້ງຢືນເຖິງຄວາມຕ້ອງການ ຂອງການຝຶກອົບຮົມ ແລະ ການວາງແຜນ ຂະຫຍາຍຕາໜ່າງ ອາຊີວະສຶກສາ ແລະ ອົບຮົມວິຊາຊີບນີ້ໄດ້.

ຂໍ້ມູນອາຍຸ ຂອງນັກຮຽນເຂົ້າຮຽນໃໜ່ ສົກປີ 2021-2022
TVED
ເປິເຊັນ% ນັກຮຽນຈົບ ມໍ4, ມໍ7 ເຂົ້າຮຽນໃນສະຖານອາຊີວະສຶກສາ
TVED